ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ LCPAA

ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ LCPAA

Share

The principal mission of LCPAA is to train and produce certified public accountants, and upgrade the accounting and audit professional

Photos from ກະຊວງການເງິນ's post 28/05/2026
Photos from ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ LCPAA's post 26/05/2026

🔔📢 ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ ຂໍແຈ້ງມາຍັງ ສະມາຊິກ ສວ-ບກລ ທຸກປະເພດ, ນັກຝຶກອົບຮົມ CPA, ແລະ ຜູ້ສົນໃຈທົ່ວໄປ ຮັບຊາບກ່ຽວກັບການຝຶກອົບຮົມ ໃນຫົວຂໍ້ " ການນຳໃຊ້ປັນຍາປະດິດເຂົ້າໃນວຽກງານບັນຊີ - Digital Accounting Transformation with AI and UiPath"

ຮ່ວມມືການຈັດຝຶກອົບຮົມ ລະຫວ່າງ ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ ແລະ ມະຫາວິທະຍາໄລ ສຣີປະທຸມ (ຣາຊອະນາຈັກໄທ)
----------------------------------
👨‍🏫 ບັນລະຍາຍໂດຍ 👨‍💼:
1. Mr. Sonexay Silaphet, President of LCPAA
2. Mr. Suradej Lekjaeng, Business Consultant
3. Mr. Kwuanchai Chomsiri, Lecturer School of Accountancy, SPU
4. Mr. Soravit Hansai, Director of S-PAC School of Accountancy, SPU
----------------------------------
ເໝາະສຳລັບ ທຸກທ່ານທີ່ສົນໃຈໃນການຍົກລະດັບຄວາມຮູ້ດ້ານເທັກໂນໂລຍີກ່ຽວກັບການບັນຊີ
----------------------------------
ການຝຶກອົບຮົມ ແມ່ນຈະຈັດຂຶ້ນ
🗓️ ວັນທີ 11/06/2026
🕐 ເວລາ 8:30 AM – 16:30 PM

ໝາຍເຫດ: ຝຶກອົບຮົມຮູບແບບລະບົບດຽວ (Online) ອອນລາຍ ຜ່ານລະບົບ ZOOM ເທົ່ານັ້ນ
----------------------------------
📍📌ສະໝັກເຂົ້າຮ່ວມຟຣີ

👉 ກົດລິ້ງສະໝັກໄດ້ເລີຍ: https://forms.gle/xmVi2wjcErWaPBs5A

21/05/2026

🔔📢 ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ ຂໍແຈ້ງມາຍັງ ສະມາຊິກ ສວ-ບກລ ທຸກປະເພດ ແລະ ນັກຝຶກອົບຮົມ CPA ຮັບຊາບກ່ຽວກັບການຝຶກອົບຮົມ ໃນຫົວຂໍ້ ວຽກງານສ່ວຍສາອາກອນ Tax Planning

👨‍🏫 ບັນລະຍາຍໂດຍ: ທ່ານ ອາຈານ ລຳທູນ ກົມມະແສງ, ອາດີດຫົວໜ້າພະແນກໄລ່ລຽງອາກອນ ກົມສ່ວຍສາອາກອນ, TAX Audit, ອາດີດອາຈານສອນ ສ່ວຍສາອາກອນ ທີ່ປຶກສາອາວຸໂສ ບໍລິສັດ ເອກປັນຍາ ຈຳກັດຜູ້ດຽວ

ໂດຍລົງເລິກກ່ຽວກັບ:
1. ຫຼັກການພື້ນຖານອາກອນມູນຄ່າເພີ່ມ ທີ່ຕິດພັນກັບເຕັກນິກການວາງແຜນ ອາກອນມູນຄ່າເພີ່ມ (ຫຼີກເວັ້ນການຈ່າຍອາກອນຍ້ອນຫຼັງ, ຫຼີກລ້ຽງການປັບໃໝ);
2. ແນວທາງ ແລະ ແຜນການປະຕິບັດການໄລ່ລຽງ ການຈ່າຍພາສີອາກອນ ສຳລັບວິສາຫະກິດ;
3. ການກະກຽມເອກະສານກວດກາໄລ່ລຽງກັບເຈົ້າໜ້າທີ່ສ່ວຍສາອາກອນ;
4. ການບໍລິຫານວາງແຜນຫຼຸດຜ່ອນການມອບພັນທະອາກອນກຳໄລເພື່ອຜົນປະໂຫຍດຂອງບໍລິສັດ.

ການຝຶກອົບຮົມ ແມ່ນຈະຈັດຂຶ້ນ
🗓️ ວັນທີ 27/05/2026
🕐 ເວລາ 8:30 – 16:30

ໝາຍເຫດ: ຝຶກອົບຮົມຮູບແບບ 2 ລະບົບ (Hybrid) ອອນລາຍ ແລະ ເຊິງໜ້າ

👉 ລາຍລະອຽດການລົງທະບຽນຢູ່ໃນຄອມເມັ້ນດ້ານລຸ່ມນີ້👇

13/05/2026

Lao Chamber of Professional Accountants and Auditors (LPCAA) is proud to be part of the MIA International Accountants Conference 2026 (MIA Conference 2026) as an International Supporter. The MIA Conference 2026 will be held on 9 & 10 June 2026 at the Kuala Lumpur Convention Centre (KLCC), Kuala Lumpur, Malaysia. Themed "Future-Ready, Value-Driven, Trust-Centred” MIA Conference 2026 aims to showcase close to 80 sought-after speakers and industry specialists, along with 50 partners, and it is expected to draw more than 3,800 Malaysian and international delegates comprising of thought leaders, accountancy professionals and corporate leaders.

For more information, please log on to https://miaconference.mia.org.my/

Register here: https://forms.cloud.microsoft/r/LskwHLTspz

12/05/2026

🚀 LCPAA is pleased to share the ACCA Virtual FinHack 2026: Decode the Finance, Recode the Future 🌍

🎯 This competition is open to Lao CPA trainees, as well as university and college students majoring in Finance and Accounting.

Join one of Southeast Asia’s most exciting regional finance competitions designed for future professionals who are ready to challenge themselves, strengthen their financial thinking, and prepare for the future of finance and sustainability.

📅 Competition Timeline
🔹 Round 1 (6–21 June 2026)
Financial Foundations — Individual challenges across 3 consecutive weekends:
• 6–7 June
• 12–13 June
• 20–21 June
Participants may choose the test date that best suits their schedule. The Top 100 candidates will advance to Round 2.

🔹 Round 2 (4 July 2026)
Beyond the Numbers: Sustainable Strategy — Teams will collaborate to solve a business case and present their solutions online to a panel of ACCA members. Only the Top 10 teams will proceed to the Final Round.

🔹 Final Round (18 July 2026)
Accelerate to the Finish Line — Compete to become the winning team of ACCA Virtual FinHack 2026.

🏆 Exciting Rewards Await
🎓 ACCA Certificate in Sustainability for Finance (CertSF) for the Champion Team
🎯 Financial Management courses from an ACCA Gold Approved Learning Provider in Malaysia
🌏 Networking opportunities with students and young professionals across Southeast Asia
📜 Certificates for qualified participants

This is more than a competition — it is your opportunity to decode finance and recode the future.

📌 Please refer to the information below for further details and registration.

Let's Decode and Recode.

🔗 Register now: https://forms.office.com/e/dRYaAuYWyL

📢 Join our Whatsapp group for updates: https://chat.whatsapp.com/G9TayRBtgMSKhQcR26N5sf

Photos from ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ LCPAA's post 07/05/2026

ໃນວັນທີ 5 ພຶດສະພາ 2026 ສະພາວິຊາຊີບ ນັກບັນຊີ ແລະ ນັກກວດສອບ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງ ສະພາວິຊາຊີບ ນັກບັນຊີ ແລະ ນັກກວດສອບ ຄົບຮອບ 28 ປີ (5 ພຶດສະພາ 1998-5 ພຶດສະພາ 2026), ໃນໂອກາດນີ້ ໄດ້ມີພິທີມອບໃບຍ້ອງຍໍ ໃຫ້ແກ່ສະມາຊິກ ນິຕິບຸກຄົນ ຜູ້ມີຜົນງານດີເດັ່ນ ໃນການປະກອບສ່ວນມອບພັນທະຄ່າທຳນຽມຕາມລະບຽບກົດໝາຍ ແຕ່ປີ 2022-2025 ແລະ ມອບໃບຍ້ອງຍໍ ແກ່ສະມາຊິກສາມັນບຸກຄົນ ທີ່ມີຜົນງານດີເດັ່ນ ໃນການເຂົ້າຮ່ວມ ຝຶກອົບຮົມ ຍົກລະດັບວິຊາຊີບ ແບບຕໍ່ເນື່ອງ (CPD) ໄດ້ຕາມລະບຽບການ ຂອງ ສວ-ບກລ ຈໍານວນ 40 ຊົ່ວໂມງ ຂຶ້ນໄປ ປະຈໍາປີ 2025, ເປັນກຽດມອບໃບຍ້ອງຍໍ ຄັ້ງນີ້ໂດຍ ທ່ານ ສອນໄຊ ສີລາເພັດ ປະທານ ສະພາວິຊາຊີບ ນັກບັນຊີ ແລະ ນັກກວດສອບ, ແລະ ພິທີດັ່ງກ່າວ ຍັງຖືເປັນໂອກາດໃນການສະເຫຼີມສະຫຼອງປີ ພສ 2569 ແລະ ສະຫຼອງຂື້ນຫ້ອງການໃໝ່ປີທີ 2 ອິກດ້ວຍ

ໃນໂອກາດນີ້, ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ ຂໍຂອບໃຈ ເປັນຢ່າງສູງມາຍັງ ສະມາຊິກຂອງ ສວ-ບກລ ທຸກທ່ານ ທີ່ໃຫ້ການສະໜັບສະໜູນ ການພັດທະນາ ສະພາວິຊາຊີບນັກວິຊາຊີບ ແລະ ນັກກວດສອບ ມາໂດຍຕະຫຼອດ ໂດຍສະເພາະພາກສ່ວນທີ່ໃຫ້ການສະໜັບສະໜູນດ້ານງົບປະມານ ໃນການຈັດກິດຈະກຳການສະເຫຼີມສະຫຼອງດັ່ງກ່າວ ຂໍອວຍພອນໄຊ ໃຫ້ທຸກທ່ານ ຈົ່ງປະສົບແຕ່ຄວາມສຸກ, ຄວາມຈະເລີນ, ມີສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດ ໃນທຸກໆດ້ານ ຕະຫຼອດປີໃໝ່ນີ້

Photos from ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ LCPAA's post 01/04/2026

ໃນວັນທີ 27/03/2026 ສະພາວິຊາຊີບ ນັກບັນຊີ ແລະ ນັກກວດສອບ (ສວ-ບກລ) ໄດ້ຈັດຊຸດຝຶກອົບຮົມຂຶ້ນ ໃນຫົວຂໍ້: ປິດ

ຊ່ອງຫວ່າງ ການຕັ້ງໜີ້, ເງິນແຮ ແລະ ການນໍາໃຊ້ AI ເຂົ້າໃນວຽກງານການບັນຊີ (ບັນຍາຍໂດຍ: ທ່ານ ສອນໄຊ ສີລາເພັດ, ປະທານ ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ).

ໂດຍປະຕິບັດຕາມແຈ້ງການວ່າດ້ວຍການປະຫຍັດພະລັງງານ ແລະ ຫຼຸດຜ່ອນການເດີນທາງ ອັນເນື່ອງມາຈາກຂໍ້ຂັດແຍ່ງຈາກປະເທດຕາເວັນຕົກ ສວ-ບກລ ຍັງຄົງດຳເນີນການສົງເສີມການຍົກລະດັບທັກສະ ຄວາມຮູ້ ແລະ ຄວາມສາມາດໃຫ້ແກ່ສະມາຊິກຂອງຕົນ ໂດຍການຝຶກອົບຮົມຜ່ານລະບົບ ອອນລາຍ Google Meet

ຊຶງການຝຶກອົບຮົມດັ່ງກ່າວ ທ່ານ ສອນໄຊ ສີລາເພັດ ປະທານ ສວ-ບກລ ກໍໄດ້ໃຫ້ກຽດເປັນປະທານກ່າວເປີດພິທີ ແລະ ດຳເນີນການຝຶກອົບຮົມໄປຕາມວາລະ

ຈຸດປະສົງຂອງການຈັດຝຶກອົບຮົມ ກໍ່ເພື່ອຍົກລະດັບຄວາມຮູ້ທາງດ້ານ
ການ ປິດຊ່ອງຫວ່າງ ການຕັ້ງໜີ້, ເງິນແຮ ແລະ ການນໍາໃຊ້ AI ເຂົ້າໃນວຽກງານການບັນຊີ ແລະ ເພື່ອເປັນການສ້າງຂີດຄວາມສາມາດແບບຕໍ່ເນື່ອງ ໃຫ້ກັບນັກບັນຊີ ທີ່ຕິດພັນກັບຫົວໜ່ວຍທຸລະ
ກິດຕ່າງໆ ທີ່ມີໜ້າທີ່ ແລະ ມີພາລະບົດບາດໃນອົງກອນ ແລະ ວິສາຫະກິດ.

ເນື້ອໃນການຝຶກອົບຮົມ ປະກອບມີທັງພາກທິດສະດີ ແລະ ການແລກປ່ຽນປະສົບການຕົວຈິງ ກັບນັກຝຶກອົບຮົມຢ່າງກົງໄປກົງມາ ໂດຍມີເນື້ອໃນສຳຄັນ ປະກອບດ້ວຍ:

1) ທໍາຄວາມເຂົ້າໃຈວ່າເປັນຫຍັງ IFRS ຈຶ່ງຮຽກຮ້ອງໃຫ້ເຮັດການຄາດຄະເນທາງບັນຊີ.
2) ຈໍາແນກຄວາມແຕກຕ່າງລະຫວ່າງການຕັ້ງໜີ້, ຄັງແຮ ແລະ ການຄາດຄະເນອື່ນໆ.
3) ຫຼຸດຜ່ອນລາຍການດັດແກ້ໃນການກວດສອບຜ່ານດຸນພິນິດໃນການພິຈະລະນາ.
4) ການນໍາໃຊ້ AI ເຂົ້າໃນວຽກງານບັນຊີ.

ການເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ແມ່ນ ບໍ່ໄດ້ເສຍຄ່າ ແລະ ໄດ້ຊົ່ວໂມງ CPD 03 ຊົ່ວໂມງ ສໍາລັບສະມາຊິກສາມັນ ແລະ ສະມາຊິກສະໜັບສະໜູນ. ມີຜູ້ເຂົ້້າຮ່ວມຝຶກອົບຮົມຫຼາຍກວ່າ 490 ທ່ານ ທີ່ມາຈາກຫຼາຍພາກສ່ວນ
________________________________________
LCPAA Hosts Online Training on Accruals, Provisions, and AI in Accounting
On March 27, 2026, the Lao Chamber of Professional Accountants and Auditors (LCPAA) successfully conducted a half-day online training workshop titled:
“Closing the Gap: Accruals, Provisions, and the Application of AI in Accounting.”
The session was delivered by Mr. Sonexay Silaphet, President of LCPAA, who also presided over the opening ceremony.

In alignment with current guidance on energy conservation and travel reduction—amid ongoing global uncertainties—LCPAA continues to demonstrate its commitment to professional development by leveraging digital platforms. The training was therefore conducted via Google Meet, ensuring broad accessibility while maintaining high-quality learning engagement.
________________________________________
Objectives of the Training
The workshop aimed to:
• Strengthen participants’ understanding of accruals, provisions, and accounting estimates under international standards
• Explore the practical integration of Artificial Intelligence (AI) in modern accounting workflows
• Provide Continuous Professional Development (CPD) opportunities for accountants across business entities, organizations, and institutions
________________________________________
Key Highlights
The training combined conceptual insights with practical experience-sharing, focusing on:
• IFRS Requirements: The rationale behind accounting estimates under International Financial Reporting Standards
• Conceptual Clarity: Distinguishing accruals, provisions, and other estimates in financial reporting
• Audit Efficiency: Enhancing professional judgment to minimize audit adjustments
• AI in Practice: Exploring real-world applications of AI in the accounting profession
________________________________________
Participation and CPD Recognition
The training was offered free of charge to all participants and attracted a strong turnout over 490 participants from various sectors.
Participants were awarded 3.0 CPD hours, applicable to both Ordinary and Associate members.
________________________________________
Looking Ahead
This training reflects LCPAA’s ongoing mission to strengthen the competency of accounting professionals in Lao PDR and to ensure alignment with international standards and emerging technological trends. As the profession evolves, LCPAA remains committed to delivering relevant, forward-looking learning opportunities that empower its members to adapt and excel.

Photos from ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ LCPAA's post 25/03/2026

ໃນວັນທີ 20/03/2026 ສະພາວິຊາຊີບ ນັກບັນຊີ ແລະ ນັກກວດສອບ (ສວ-ບກລ) ໄດ້ຈັດຊຸດຝຶກອົບຮົມຂຶ້ນ ໃນຫົວຂໍ້: “ຍຸດທະສາດ ແລະ ການບໍລະຫານຄວາມສ່ຽງ - Corporate Strategy and Risk Management”

ບັນຍາຍໂດຍ: ທ່ານ ສອນໄຊ ສີລາເພັດ, ປະທານ ສວ-ບກລສະພາວິຊາຊີບ ນັກບັນຊີ ແລະ ນັກກວດສອບ.

ການຝືກອົບຮົມແມ່ນໄດ້ຈັດຂຶ້ນເປັນເວລາ ເຄີ່ງວັນ ແບບລະບົບ ອອນລາຍ ຜ່ານ Google Meet ເຊິ່ງກ່ອນດໍາເນີນການຝຶກອົບຮົມ ກໍ່ໄດ້ຮັບກຽດຈາກ ທ່ານ ສອນໄຊ ສີລາເພັດ ປະທານ ສວ-ບກລ ໃຫ້ກຽດເປັນປະທານກ່າວເປີດພິທີ ແລະ ດຳເນີນການຝຶກອົບຮົມດ້ວຍຕົວເພີ່ນເອງແຕ່ຕົ້ນຈົນຈົບ.

ຈຸດປະສົງຂອງການຈັດຝຶກອົບຮົມ ກໍ່ເພື່ອຍົກລະດັບຄວາມຮູ້ທາງດ້ານ ຍຸດທະສາດ ແລະ ການບໍລິຫານຄວາມສ່ຽງ ແລະ ເພື່ອເປັນການສ້າງຂີດຄວາມສາມາດແບບຕໍ່ເນື່ອງ ໃຫ້ກັບນັກບັນຊີ ທີ່ຕິດພັນກັບຫົວໜ່ວຍທຸລະກິດຕ່າງໆ ທີ່ມີໜ້າທີ່ ແລະ ມີພາລະບົດບາດໃນການກຳນົດຍຸດທະສາດ ແລະ ການບໍລະຫານຄວາມສ່ຽງ ໃນອົງກອນ.

ເນື້ອໃນການຝຶກອົບຮົມ ປະກອບມີທັງພາກທິດສະດີ ແລະ ການແລກປ່ຽນປະສົບການຕົວຈິງ ກັບນັກຝຶກອົບຮົມຢ່າງກົງໄປກົງມາ ໂດຍມີເນື້ອໃນສຳຄັນ ປະກອບດ້ວຍ:
• ຍຸດທະສາດ ແລະ ການບໍລິຫານຄວາມສ່ຽງບໍລິສັດ - Corporate Strategy and Risk Management.
• ເຄື່ອງມືທີ່ໃຊ້ໃນການວິເຄາະຍຸດທະສາດຂອງຜູ້ບໍລິຫານ - Tools used by executives for strategic analysis.
• ບົດບາດຂອງຜູ້ບໍລິຫານໃນການກໍານົດຍຸດທະສາດ - The role of executives in strategy formula.
• ບົດບາດຂອງຜູ້ບໍລິຫານໃນການບໍລິຫານຄວາມສ່ຽງ - The role of executives in risk management.
ການເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ແມ່ນ ບໍ່ໄດ້ເສຍຄ່າ ແລະ ໄດ້ຊົ່ວໂມງ CPD 03 ຊົ່ວໂມງ ສໍາລັບສະມາຊິກສາມັນ ແລະ ສະມາຊິກສະໜັບສະໜູນ.

ມີຜູ້ເຂົ້້າຮ່ວມຝຶກອົບຮົມລວມ 296 ທ່ານ ທີ່ມາຈາກຫຼາຍພາກສ່ວນ:
-------------------------------
On 20 March 2026, the Lao Chamber of Professional Accountants and Auditors (LCPAA) successfully conducted a half-day online training on “Corporate Strategy and Risk Management” via Google Meet.

The session was delivered by Mr. Sonexay Silaphet, President of LCPAA, who also opened the program and guided participants throughout the training.

This CPD session aimed to:
• Enhance knowledge in corporate strategy and risk management.
• Support continuous professional development for accountants across sectors.
• Strengthen the capabilities of professionals responsible for strategic decision-making and risk oversight.

The training combined practical experience-sharing with key theoretical frameworks, covering:
• Corporate strategy and risk management concepts.
• Strategic analysis tools used by executives.
• The role of leadership in strategy formulation.
• Executive responsibilities in managing organizational risks.

LCPAA remains committed to delivering impactful and accessible CPD programs through online and hybrid learning formats, supporting the continuous growth of the accounting profession in Lao PDR.

Want your business to be the top-listed Accountant in Vientiane?

Click here to claim your Sponsored Listing.

Location

Telephone

Address


Ban Dongkhamxang: Https://g. Co/kgs/8ids9h 5
Vientiane

Opening Hours

Monday 08:00 - 16:00
Tuesday 08:00 - 16:00
Wednesday 08:00 - 16:00
Thursday 08:00 - 16:00
Friday 08:00 - 16:00